ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮູບ​ແບບ​ລັກສະນະ​ເຮືອ​ດຳ​ນ້ຳ P-750B Serval ລຸ້ນ​ໃໝ່​ຂອງ​ຣັດ​ເຊຍ

     ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້​ເວບ​ໄຊ​ທ໌ ການ​ທະຫານ​ຂອງ ສ ຣັດເຊຍ ເປີດເຜີຍ​ວ່າ: ພະ​ແນກ​ວິສະວະກຳ​ທາງ​ທະເລ Malakhit ຂອງ​ຣັດ​ເຊຍ​ໄດ້​
ນຳ​ສະເໜີ​ແບບ​ຈຳລອງ​ເຮືອ​ດຳ​ນໍ້າ​ຂະໜາດ​ນ້ອຍ P-750B Serval ທີ່​ມີ​ການ​ປະກອບ​ສ້າງ​ທີ​ທັນ​ສະໄໝ​ລ້ໍ້າໜ້າ​ເມື່ອ​ທຽບ​ຮຸ່ນ​ທີ່​ຜ່ານ​ມາ.

     ໜຶ່ງ​ໃນ​ຂໍ້​ໄດ້​ປຽບ​ທີ່​ສຳຄັນ​ຂອງ​ຮູບ​ແບບ​ເຮືອ​ດຳ​ນ້ຳ​ທີ່​ບໍ່​ມີ​ນິວ​ເຄລຍ ແລະ ໃນ​ການ​ນຳ​ໃຊ້​ລະບົບ​ອາກາດ (propulsion) ທີ່​ມີຄວາມເປັນ​
ເອກະລາດ. ເຮັດ​ໃຫ້​ມີ​ຄວາມ​ສາມາດ​ຢູ່​ພື້ນ​ນ້ຳ​ໄດ້​ດົນ​ນານ​ໂດຍ​ບໍ່​ຈຳເປັນ​ຕ້ອງ​ຂຶ້ນ​ເທິງ​ໜ້ານ້ຳ ແລະ ໃນ​ການເຄື່ອນໄຫວ​ຢູ່​ພື້ນ​ນ້ຳ, ສາມາດ​ແລ່ນ​
ໄດ້ 20 ກິໂລ ແມັດ​ຕໍ່​ຊົ່ວໂມງ. ເຮືອ​ດຳ​ນ້ຳ P-750B Serval ມີ​ນ້ຳໜັກ​ປະມານ 1.500 ໂຕນ, ມີ​ຄວາມ​ຍາວ 65 ແມັດ, ມີ​ຄວາມ​ສາມາດ​
ດຳ​ນ້ຳ​ໄດ້​ເລິກ​ເຖິງ 300 ແມັດ ໄປໄດ້ໃນໄລຍະທາງໄກ ກວ່າ 7.000 ກິໂລແມັດ, ເຄື່ອນ​ໄຫວ​ເຮັດ​ວຽກ​ຕໍ່​ເນື່ອງ​ເປັນ​ເວລາ 30 ວັນ. ມີ​ລະບົບ​
ເຮັດວຽກງານ ອັດຕະໂນມັດ​ຫຼາຍຢ່າງ​ເຮັດ​ໃຫ້ມີ ການໃຊ້​ລູກ​ເຮືອ​ໜ້ອຍ​ລົງ ເຊິ່ງທັງໝົດມີລູກ​ເຮືອ​ພຽງ 20 ຄົນ. ເຮືອ​ດຳ​ນ້ຳ​ດັ່ງກ່າວມີທໍ່ຕໍປິໂດ
ຍາວ 533 ​ມມ ຄື​ກັບ​ເຮືອ​ດຳ​ນ້ຳ​ອື່ນໆ.

     ນອກ​ນັ້ນ​ຍັງ​ໄດ້​ຕິດຕັ້ງ​ລູກ​ສອນ​ໄຟ, ເຄື່ອງ​ກວດ​ຈັບ​ລະເບີດ. ດ້ານ​ຫຼັງ​ຍັງ​ບັນຈຸ​ລູກ​ສອນ​ໄຟ​ນຳ​ວິຖີ ຫຼື ຕ້ານ​ກຳປັ່ນ 4 ລູກ ເພື່ອ​ຊ່ວຍ​ຍົກ​ສູງ​
ຄວາມ​ສາມາດ​ໃນ​ການ​ບຸກ​ໂຈມ​ຕີ ແລະ ​ປ້ອງ​ກັນ​ກຳປັ່ນ​ຂອງ​ຝ່າຍ​ກົງກັນຂ້າມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/10/2023